ສອນເລີ່ມຕົ້ນ​ຂັບ​ລົດເບົາ (B)​ 14 ຊົ່ວ​ໂມງ

     ຮຽນ​ຂັບ​ລົດ​ ພ້ອມ​ສອບ​ໃບ​ຂັບ​ຂີ່​ ສອນ​ໂດຍ​ ອາຈານ​ທີ່​ມີ​ປະສົບການ​ການ​ສອນ​ ມີ​ທັງ​ ອາຈານຜູ້ຍິງ​ ແລະ ອາຈານ​ຜູ້​ຊາຍ​ ສາມາດ​ເລືອກໄດ້​ ວ່າຈະຮຽນເວລາໃດ ຈະມີຊ່ວງດັ່ງນີ້:

1. ຊ່ວງເຊົ້າ:
     – ເວລາແຕ່ 8:00-10:00 ໂມງ.
     – ເວລາແຕ່ 10:00-12:00 ໂມງ.

2. ຊ່ວງບ່າຍ:
     – ເວລາແຕ່ 13:00-15:00 ໂມງ.
     – ເວລາແຕ່ 15:00-17:00 ໂມງ.

1. ລົດທີ່ໃຊ້ຮຽນແມ່ນ ເກຍ​ທຳມະດາ
2. ນອກນັ້ນຍັງມີບໍລິການຮຽນຂັບລົດ ເກຍໂອໂຕ ຈະຄິດໄລ່ເປັນຊົ່ວໂມງ​ 

ຄຸນສົມບັດ​ຜູ້​ຮຽນ​:

     ກອງຄຸ້ມຄອງພາຫານະແລະການຂັບຂີ່ ໄດ້​ກຳນົດ​ຄຸນສົມບັດ​ຕາມ​ ຜູ້​ສະໝັກ​ຮຽນ​ ຕ້ອງ​ມີ​ ອາ​ຍຸ 18 ປີ​ ຂື້ນໄປ​ ແລະ​ ຕ້ອງ​ຜ່ານ​ການ​ທົດສອບ​ສະມັດຖະພາບ​ ຮ່າງກາຍ​ ໂດຍ​ມີ​ວິທີ​ການ ​ແລະ​ຫຼັກ​ເກນ​ ທົດສອບ​ສະມັດຖະພາບ​ຮ່າງກາຍ​ເບື້ອງ​ຕົ້ນ​ 4 ຂັ້ນ​ຕອນ​ ດັ່ງ​ນີ້

1. ການ​ທົດສອບ​ປະຕິ​ກິລິ​ຍາ​ທ່າທາງ​ຕີນ​(ຄວາມ​ສາມາດ​ໃນ​ການ​ໃຊ້​ເບກ​ຕີນ​)

     ທົດສອບ​ຄວາມ​ສາມາດ​ໃນ​ການ​ໃຊ້​ເບ​ກ​ຕີນ​ 3 ເທື່ອ​ ໃນ​ໄລ​ຍະ​ເວລາ​ ​ໜ້ອຍ​ກວ່າ​ ຫຼື​ ເທົ່າ​ກັບ​ 0.75 ວິ​ນາ​ທີ​ ​ຖ້າຫາກ​ສາມາດ​ເຮັດ​ໄດ້​ ສອງ​ໃນ​ສາມ​ເທື່ອ​ ​ຖື​ວ່າ​ຜ່ານ​ການ​ທົດສອບ

2. ທົດສອບ​ສາຍ​ຕາ​ທາງ​ກວ້າງ

     ທົດສອບ​ສາຍ​ຕາ​ທາງ​ກວ້າງ​ ຖ້າ​ຜູ້​ເຂົ້າ​ທົດສອບ​ສາມາດ​ເບິ່ງ​ເຫັນ​ທັງ​ດ້ານ​ຊ້າຍ ​ແລະ ​ດ້ານ​ຂວາ​ ເປັນ​ມຸມ​ ກວ້າງ​ຂ້າງ​ລະ​ຕັ້ງ​ແຕ່​ 75 ອົງ​ສາ​ ສອງ​ໃນ​ສາມ​ເທື່ອ​ ຖື​ວ່າ​ຜ່ານ​ການ​ທົດສອບ

3. ທົດສອບ​ສາຍ​ຕາ​ທາງ​ເລິກ

     ທົດສອບ​ການ​ເບິ່ງ​ເຫັນ​ໃນ​ໄລ​ຍະ​ 2.5 – 3.5 ແມັດ​ ​ລວມ​ 3 ເທື່ອ​ ​ຖ້າຫາກ​ຜົນ​ການ​ທົດສອບ​ຫ່າງ​ຈຸດ​ທີ່​ກຳນົດ​ບໍ່​ເກີນ​ກວ່າ​ 1 ນິ້ວ​ ສອງ​ໃນ​ສາມ​ເທື່ອ​​ຖື​ວ່າ​ຜ່ານ​ການ​ທົດສອບ

4. ທົດສອບ​ສາຍ​ຕາບອດ​ສີ​

     ຜູ້​ທົດສອບ​ເບິ່ງ​ສີ​ຂຽວ​, ສີ​ແດງ,​ ສີ​ເຫຼືອງ​ ຈາກ​ເຄື່ອງ​ທົດສອບ​ ຫຼື​ແຜ່ນ​ທົດສອບ​ໃນ​ລະ​ດັບ​ສາຍ​ຕາ​​ໄລ​ຍະ​ບໍ່​​ໜ້ອຍ​ກວ່າ​ 3 ແມັດ​ ໃຫ້​ຜູ້​ເຂົ້າ​​ທົດສອບ​ອ່ານ​ສີ​ຕາມ​ເຈົ້າ​ຫນ້າທີ່​ກຳນົດ​ສີ​ລະ​ 3 ເທື່ອ​ ຖ້າຫາກ​ອ່ານ​ໄດ້​ຖືກ​ຕ້ອງ​ ສອງ​ໃນ​ສາມ​ເທື່ອ​ ​ຖື​ວ່າ​ຜ່ານ​ການ​ທົດສອບ​

ເອກະສານປະກອບໃນການສະໝັກເຂົ້າຮຽນຂັບລົດ:

1. ໃບຄໍາຮ້ອງຂອງໂຮງຮຽນ                             1ໃບ
2. ກັອບປີ້(Capy) ບັດປະຈໍາໂຕ ຫຼືສໍາມະໂນຄົວ    1ຊຸດ
3. ຮູບຕິດບັດຂະໜາດ 3×4                             3ໃບ

Scroll to Top