ການຝຶກລົດເກດ

     ລົດເກດ (Motor Grader) ແມ່ນເຄື່ອງກົນຈັກຫນັກທີ່ມີຄວາມສຳຄັນໃນວຽກງານໂຍທາ ແລະ ການກໍ່ສ້າງເສັ້ນທາງ ໂດຍເປັນເຄື່ອງມືໃນການປັບລະດັບໜ້າທາງ, ປັບຄວາມອຽງ, ປັບພື້ນທີ່ກ່ອນກໍ່ສ້າງ ແລະ ຕົກແຕ່ງພື້ນທີ່ຫຼັງຈາກຖົມດິນ, ວຽກງານເຫຼົ່ານີ້ເປັນຫົວໃຈຫຼັກຂອງຄຸນນະພາບຂອງໜ້າທາງ ແລະ ຄວາມປອດໄພໃນການໃຊ້ງານ.

      ການໃຊ້ງານລົດເກດໄດ້ຢ່າງມີປະສິດທິພາບ ຈຳເປັນຕ້ອງມີທັກສະທາງເທັກນິກສະເພາະ, ຄວາມເຂົ້າໃຈໃນລະບົບຄວບຄຸມຂອງເຄື່ອງຈັກ ແລະ ການປະຕິບັດຕາມຂໍ້ກຳນົດຄວາມປອດໄພ, ຖ້າຂາດການຝຶກອົບຮົມທີ່ເໝາະສົມ ອາດເຮັດໃຫ້ເກີດຄວາມເສຍຫາຍ ຕໍ່ເຄື່ອງຈັກ ຫຼືການເຮັດວຽກບໍ່ໄດ້ມາດຕະຖານ ຫຼືເຖິງຂັ້ນເກີດອຸບັດຕິເຫດ.

      ດັ່ງນັ້ນ ຈຶ່ງໄດ້ພັດທະນາຫຼັກສູດ “ການໃຊ້ງານລົດເກດ (Motor Grader Training)” ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ຄວາມຮັບຮູ້ດ້ານຄວາມປອດໄພໃຫ້ແກ່ຜູ້ປະຕິບັດງານ ເພື່ອໃຫ້ການເຮັດວຽກມີປະສິດທິພາບ ແລະ ປອດໄພຕາມມາດຕະຖານວິຊາຊີບ ພ້ອມກັບຫຼຸດຜ່ອນຄວາມສຽງທີ່ອາດເກີດຂຶ້ນໃນສະຖານທີ່ປະຕິບັດງານ.

Scroll to Top