ການຝຶກອົບຮົມລົດດຸດ
ລົດແທັກເຕີຕີນຂີເຂັບ(ລົດດຸດ) (Bulldozer) ແມ່ນເຄື່ອງກົນຈັກຫນັກທີ່ມີຄວາມສຳຄັນຢ່າງຫຼາຍໃນວຽກງານກໍ່ສ້າງ, ວຽກໂຍທາ, ວຽກເໝື່ອງແຮ່ ແລະ ວຽກດ້ານກະສິກຳ, ໂດຍສະເພາະໃນວຽກປັບພື້ນທີ່, ຖົມດິນ, ເປີດເສັ້ນທາງ ແລະລ້າງພື້ນທີ່. ການໃຊ້ງານ Bulldozer ຢ່າງຖືກຕ້ອງ ແລະ ປອດໄພ ແມ່ນມີຄວາມຈຳເປັນເພື່ອເພີ່ມປະສິດທິພາບການເຮັດວຽກ, ຫຼຸດອຸບັດຕິເຫດ ແລະ ຢືດອາຍຸການໃຊ້ງານຂອງເຄື່ອງຈັກ.
ການປະຕິບັດວຽກກັບ Bulldozer ຈຳເປັນຕ້ອງມີຄວາມຮູ້ ແລະ ເຂົ້າໃຈໃນໂຄງສ້າງຂອງເຄື່ອງຈັກ, ລະບົບການເຮັດວຽກ, ການບຳລຸງຮັກສາ ແລະ ເທັກນິກການຂັບຂີ່ທີ່ເໝາະສົມ, ພ້ອມກັບການປະຕິບັດຕາມມາດຕະຖານຄວາມປອດໄພທີ່ກ່ຽວຂ້ອງ. ເພາະສະນັ້ນ ຈຶ່ງຈຳເປັນຕ້ອງຈັດຝຶກອົບຮົມ “ການໃຊ້ງານລົດແທັກເຕີຕີນຂີເຂັມ(ລົດດຸດ)(Bulldozer Training)” ເພື່ອພັດທະນາຄວາມຮູ້ ແລະ ທັກສະໃຫ້ແກ່ຜູ້ປະຕິບັດງານ ແລະ ຜູ້ທີ່ກ່ຽວຂ້ອງ.
ການຝຶກອົບຮົມນີ້ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດໃຊ້ງານລົດດຸດ (Bulldozer) ໄດ້ຢ່າງມີປະສິດທິພາບ ແລະປອດໄພ, ສອດຄ່ອງກັບມາດຕະຖານອຸດສາຫະກຳ. ພ້ອມກັນນັ້ນ ຍັງເປັນການສົ່ງເສີມຄວາມຮັບຜິດຊອບຕໍ່ຊັບສິນ ແລະ ສິ່ງແວດລ້ອມລະຫວ່າງການເຮັດວຽກອີກດ້ວຍ.











