ການ​ຝຶກ​ອົບ​ຮົມ​ລົດ​ຈົກ

     ເຄື່ອງກົນຈັກຫນັກ ເຊັ່ນ: “ລົດຈົກ” (Excavator) ແມ່ນເຄື່ອງມືທີ່ມີບົດບາດສໍາຄັນໃນວຽກງານກໍ່ສ້າງ, ວຽກໂຍທາ, ວຽກກະເສດ ແລະ ວຽກສາທາລະນະປະໂຫຍດຕ່າງໆ ດ້ວຍຄວາມສາມາດໃນການຈົກ, ຕັກ, ຂົນ, ເຄື່ອນຍ້າຍ ແລະ ປັບພື້ນທີ່ ເຮັດໃຫ້ລົດຈົກເປັນເຄື່ອງຈັກທີ່ຂາດບໍ່ໄດ້ໃນອຸດສາຫະກຳເຫຼົ່ານີ້.

     ແຕ່ການນໍາໃຊ້ເຄື່ອງກົນຈັກຫນັກນັ້ນ ຈໍາເປັນຕ້ອງມີຜູ້ປະຕິບັດງານທີ່ມີຄວາມຮູ້ ແລະ ຄວາມເຂົ້າໃຈທັງໃນດ້ານການຄວບຄຸມ, ການກວດເຊັກເຄື່ອງຈັກກ່ອນນໍາໃຊ້ ແລະ ການບໍາລຸງຮັກສາໃຫ້ຖືກຕ້ອງ ພ້ອມທັງຕ້ອງມີຈິດສໍານຶກເຖິງ “ຄວາມປອດໄພໃນການເຮັດວຽກ” ເພື່ອປ້ອງກັນອຸບັດຕິເຫດ ແລະ ຄວາມເສຍຫາຍທີ່ອາດຈະເກີດຂຶ້ນທັງກັບຄົນ ແລະ ຊັບສິນ.

     ການຈັດຝຶກອົບຮົມນີ້ມີຈຸດປະສົງໃຫ້ຜູ້ເຂົ້າຮຽນມີ “ຄວາມຮູ້ ຄວາມເຂົ້າໃຈ ແລະ ທັກສະທີ່ຈໍາເປັນ” ໃນການໃຊ້ລົດຈົກໃຫ້ມີປະສິດທິພາບ ແລະ ປອດໄພ ຕາມມາດຕະຖານວິຊາຊີບ ແລະ ຂໍ້ກໍານົດດ້ານຄວາມປອດໄພໃນສະຖານທີ່ເຮັດວຽກ ພ້ອມທັງເສີມສ້າງທັດສະນະຄະຕິທີ່ດີໃນການເຮັດວຽກກັບເຄື່ອງກົນຈັກຫນັກ.

Scroll to Top